ປ່າໄມ້ລຳທຽນ ແຫຼ່ງທ່ອງທ່ຽວທຳມະຊາດໃນຕຳນານ

  ຕົ້ນໄມ້ລຳທຽນ ແລະ ໜອງຫຼົ່ມ ມີປະຫວັດຄວາມເປັນມາຍາວນານ. ຕາມການບອກເລົ່າສືບຕໍ່ກັນມາຂອງຊາວບ້ານຈອມແລງໃຫ້ຮູ້ວ່າ ແຕ່ກ່ອນຊາວບ້ານໄດ້ຟານດ່ອນໂຕໜຶ່ງ ແລ້ວມາແບ່ງປັນຊີ້ນຟານດັ່ງກ່າວໃຫ້ແຕ່ລະຫຼັງຄາເຮືອນກິນ ແຕ່ຍັງມີຄອບຄົວແມ່ໝ້າຍຄອບຄົວໜຶ່ງ ບໍ່ກ້າເອົາຊີ້ນນັ້ນມາປຸງແຕ່ງ ກິນ ກໍເລີຍເອົາຊີ້ນຟານດັ່ງກ່າວໄປຫ້ອຍໄວ້ຢູ່ເສົາຊານ. ຕໍ່ມາໃນຄ່ຳຄືນຂອງມື້ນັ້ນ ຈິ່ງເກີດມີຝົນຕົກຟ້າຮ້ອງລົມຢ່າງແຮງຢ່າງໜັກ ແລະ ໃກ້ຂ້ອນແຈ້ງ ຈຶ່ງເກີດມີຂະບວນຂອງເງືອກມາພັດທະລົ່ມເອົາເຮືອນຂອງປະຊາຊົນຊາວບ້ານຈອມແລງ ຕາຍທັງໝົດ ຍັງເຫຼືອແຕ່ແມ່ໝ້າຍ ຜູ້ທີ່ບໍ່ກ້າກິນຊີ້ນຟານດ່ອນດັ່ງກ່າວ. ແມ່ໝ້າຍຄົນນັ້ນເຫັນຄົນອື່ນໃນໝູ່ບ້ານຕາຍໝົດ ລາວກໍຄິດຢາກຕາຍນຳເຂົາເຈົ້າ  ລາວເບິ່ງບ່ອນໃດເປັນວັງນ້ຳເລິກ ລາວກໍໄດ້ໂດດລົງໄປເພື່ອຂ້າໂຕເອງຕາຍ ແຕ່ເມື່ອໂດດລົງບ່ອນທີ່ເປັນນ້ຳວັງເລິກກໍ່ກາຍເປັນບົກ, ເປັນໂພນຂຶ້ນ ຍ້ອນລາວບໍ່ໄດ້ກິນຊີ້ນຟານດ່ອນເງືອກຈິ່ງບໍ່ຕ້ອງການລາວ. ເຂດບ້ານດັ່ງກ່າວກໍເລີຍເປັນໜອງ. ແຕ່ປັດຈຸບັນຍັງມີຮ່ອງຮອຍໃຫ້ເຫັນເຊັ່ນ: ໂນນໂພນທີ່ແມ່ໝ້າຍກະໂດດ, ໂນນເຮືອນຂອງແມ່ໝ້າຍ. ຕໍ່ມາໃນບໍລິ ເວນບ້ານ ຫຼື ໜອງເກີດມີຕົ້ນໄມ້ໃຫຍ່ຍາວ, ລຳຊື່, ບໍ່ມີງ່າຄືກັບລຳທຽນ. ດັ່ງນັ້ນ, ຊາວເມືອງຮຸນ ຈຶ່ງພາກັນເອີ້ນຊື່ວ່າ ໜອງຕົ້ນໄມ້ລຳທຽນ. ສ່ວນ​ຕົ້ນ​ໄມ້​ລຳ​ທຽນ​ທີ່​ກ່າວ​ມາ​ນີ້​ ​​ແມ່ນໄດ້​ເກີດຂຶ້ນ​ມາ​ພາຍຫຼັງ​ມີ​ການ​ຫລົ່ມ​ບ້ານ​ເປັນ​ໜອງ. ປັດຈຸບັນ​​ໃນ​ຂົງ​ເຂດ​ດັ່ງກ່າວ​ກໍ​ກາຍ​ເປັນ​ໜອງ​ໃຫຍ່​ເປັນ​ບ່ອນລ້ຽງ​ປາ​ຂອງ​ຊາວບ້ານ. ສ່ວນ​ຕົ້ນ​ໄມ້​ລຳ​ທຽນ​ແມ່ນ​ຍັງ​ມີ​ເຖິງ​ທຸກ​ວັນ​ນີ້ ​ຊຶ່ງ​ເປັນ​ຕົ້ນ​ໄມ້ທີ່​ຫາ​ເບິ່ງ​​ໄດ້ຍາກ​ຢູ່ໃນ​ໂລກ. ຕົ້ນໄມ້ທີ່ວ່ານີ້ ແມ່ນເກີດຂຶ້ນຢູ່ເຂດບ້ານ  ຈອມ​ແລງ ຫ່າງ​ຈາກ​ເທດສະບານເມືອງ​ຮຸນ ປະມານ 23 ກິ​ໂລ​ແມັດ. ປັດຈຸບັນ ກຳລັງໄດ້ຮັບການອະນຸລັກ ເພື່ອຈະພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງເມືອງຮຸນ […]